ປະຖົມມະການ
Genesis
2
1 | ດັ່ງນັ້ນ ແຜ່ນດິນໂລກ ທ້ອງຟ້າ ສັບພະທຸກສິ່ງໃນໂລກ ແລະໃນທ້ອງຟ້າກໍສຳເລັດເສັດສິ້ນ. | And the heavens and the earth were finished, and all the host of them. |
---|---|---|
2 | ໃນມື້ທີເຈັດ ສັບພະທຸກສິ່ງກໍສຳເລັດໝົດແລ້ວ ໃນວັນນີ້ ພຣະເຈົ້າຊົງພັກຜ່ອນ ແລະຢຸດກິດຈະການທັງປວງ. | And on the seventh day God finished his work which he had made; and he rested on the seventh day from all his work which he had made. |
3 | ພຣະອົງຊົງອວຍພອນແກ່ມື້ທີເຈັດ ແລ້ວຕັ້ງເປັນວັນຂອງພຣະເຈົ້າ ເພາະໃນວັນນັ້ນການນິລະມິດສ້າງກໍສຳເລັດໝົດແລ້ວ ແລະພຣະອົງຊົງຢຸດກິດຈະການທັງປວງ. | And God blessed the seventh day, and hallowed it; because that in it he rested from all his work which God had created and made. |
4 | ແລະທຸກສິ່ງໃນທ້ອງຟ້າ ກໍເປັນມາດັ່ງໄດ້ກ່າວມານີ້. ເມື່ອພຣະຜູ້ເປັນເຈົ້າໄດ້ຊົງສ້າງແຜ່ນດິນໂລກ ແລະທ້ອງຟ້າສຳເລັດແລ້ວ. | These are the generations of the heavens and of the earth when they were created, in the day that Jehovah God made earth and heaven. |
5 | ຕົ້ນໄມ້ກໍຫຍ້າກໍຍັງບໍ່ທັນມີເລີຍ ເພາະວ່າພຣະເຈົ້າຍັງບໍ່ທັນເຮັດໃຫ້ຝົນຕົກ ແລະບໍ່ມີຄົນທຳມາຫາກິນເທິງແຜ່ນດິນໂລກເທື່ອ. | And no plant of the field was yet in the earth, and no herb of the field had yet sprung up; for Jehovah God had not caused it to rain upon the earth: and there was not a man to till the ground; |
6 | ເຖິງແມ່ນວ່າຈະບໍ່ມີຝົນຕົກກໍດີ ກໍຍັງມີອາຍນ້ຳຂຶ້ນມາຈາກດິນ ເພື່ອເຮັດໃຫ້ພື້ນດິນເກີດຄວາມຊຸ່ມຊື່ນ. | but there went up a mist from the earth, and watered the whole face of the ground. |
7 | ເມື່ອນັ້ນ ພຣະຜູ້ເປັນເຈົ້າໄດ້ ເອົາດິນມາປັ້ນເປັນຮູບຄົນແລ້ວເປົ່າລົມຫາຍໃຈໃສ່ຮູດັງ ໃຫ້ມີຊີວິດ ຮູບປັ້ນນັ້ນກໍກັບກາຍເປັນຄົນທີ່ມີຊີວິດຈິດວິນຍານ. | And Jehovah God formed man of the dust of the ground, and breathed into his nostrils the breath of life; and man became a living soul. |
8 | ຕໍ່ມາ ພຣະຜູ້ເປັນເຈົ້າຊົງສ້າງສວນແຫ່ງໜຶ່ງຂຶ້ນ ໃນເອເດັນ ທາງທິດຕາເວັນອອກ ເມື່ອສ້າງແລ້ວກໍຊົງເອົາຄົນທີ່ພຣະອົງໄດ້ປັ້ນນັ້ນມາອາໄສຢູ່. | And Jehovah God planted a garden eastward, in Eden; and there he put the man whom he had formed. |
9 | ໃນສວນນັ້ນພຣະອົງໄດ້ຊົງນິລະມິດໃຫ້ ຕົ້ນໄມ້ເກີດຂຶ້ນຊຶ່ງມີໃບຂຽວງາມດີ ແລະໝາກໄມ້ກໍເປັນໜ້າຢາກກິນ ໃນກາງສວນມີຕົ້ນໄມ້ພິເສດຢູ່ສອງຕົ້ນ ຄືຕົ້ນໄມ້ທີ່ໃຫ້ມີຊີວິດ ແລະຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະຄວາມຊົ່ວ. | And out of the ground made Jehovah God to grow every tree that is pleasant to the sight, and good for food; the tree of life also in the midst of the garden, and the tree of the knowledge of good and evil. |
10 | ນອກນີ້ ຍັງມີແມ່ນ້ຳສາຍໜຶ່ງໄຫລອອກຈາກ ເອເດັນມາຊຸບລ້ຽງສວນນີ້ ແມ່ນ້ຳນີ້ແບ່ງອອກເປັນສີ່ສາຍ. | And a river went out of Eden to water the garden; and from thence it was parted, and became four heads. |
11 | ສາຍທີໜຶ່ງຊື່ວ່າປີໂຊນ ຊຶ່ງໄຫລອ້ອມປະເທດ ຮາວິລາ. | The name of the first is Pishon: that is it which compasseth the whole land of Havilah, where there is gold; |
12 | ໃນປະເທດນີ້ມີບໍ່ຄຳຊັ້ນດີ, ມີແກ້ວປະເສີດໂມລາ ແລະຕົ້ນຢາງຫອມທີ່ມີຄ່າ. | and the gold of that land is good: there is bdellium and the onyx stone. |
13 | ສາຍທີສອງຊື່ວ່າກີໂຮນຊຶ່ງໄຫລອ້ອມປະເທດ ກູເຊ. | And the name of the second river is Gihon: the same is it that compasseth the whole land of Cush. |
14 | ສາຍທີສາມຊື່ວ່າຕິກຣິດ ຊຶ່ງໄຫລຜ່ານປະເທດອັດຊີເຣຍທາງທິດຕາເວັນອອກ ແລະສາຍທີສີ່ຊື່ວ່າ ເອຟຣາດ. | And the name of the third river is Hiddekel: that is it which goeth in front of Assyria. And the fourth river is the Euphrates. |
15 | ພຣະຜູ້ເປັນເຈົ້າໄດ້ເອົາຄົນທີ່ພຣະອົງສ້າງນັ້ນ ມາເຝົ້າຮັກສາ ແລະເບິ່ງແຍງສວນ. | And Jehovah God took the man, and put him into the garden of Eden to dress it and to keep it. |
16 | ພຣະອົງຊົງສັ່ງແກ່ຊາຍຜູ້ນັ້ນວ່າ, “ໝາກໄມ້ທຸກໆ ຕົ້ນໃນສວນນີ້ເຈົ້າກິນໄດ້ໝົດ. | And Jehovah God commanded the man, saying, Of every tree of the garden thou mayest freely eat: |
17 | ເວັ້ນໄວ້ແຕ່ຕົ້ນທີ່ໃຫ້ຮູ້ຈັກຄວາມດີ ແລະຄວາມຊົ່ວ ເຈົ້າຢ່າກິນ ຖ້າເຈົ້າຂືນກິນໝາກໄມ້ໃນຕົ້ນນີ້ ເຈົ້າຈະຕ້ອງເຖິງແກ່ຄວາມຕາຍ.” | but of the tree of the knowledge of good and evil, thou shalt not eat of it: for in the day that thou eatest thereof thou shalt surely die. |
18 | ພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, “ບໍ່ເປັນການສົມຄວນທີ່ໃຫ້ຜູ້ຊາຍຢູ່ໂດດດ່ຽວເຊັ່ນນີ້ ເຮົາຄວນຫາຜູ້ຊົດຊ່ອຍທີ່ເໝາະສົມໃຫ້ລາວ.” | And Jehovah God said, It is not good that the man should be alone; I will make him a help meet for him. |
19 | ຄັນແລ້ວ ພຣະອົງຈຶ່ງເອົາຂີ້ດິນປັ້ນເປັນສັດ ແລະນົກຕ່າງໆ ແລ້ວເອົາສັດ ແລະນົກທີ່ປັ້ນນັ້ນໃຫ້ຊາຍຜູ້ຮັກສາສວນເບິ່ງ ເພື່ອຢາກຮູ້ວ່າລາວຈະໃສ່ຊື່ຫຍັງໃຫ້ ຄັນແລ້ວຊື່ທີ່ລາວຕັ້ງນັ້ນກໍເປັນຊື່ຂອງສັດຕ່າງໆຕໍ່ໆມາ. | And out of the ground Jehovah God formed every beast of the field, and every bird of the heavens; and brought them unto the man to see what he would call them: and whatsoever the man called every living creature, that was the name thereof. |
20 | ຫລັງຈາກຊາຍຜູ້ນັ້ນໄດ້ຕັ້ງຊື່ໃຫ້ສັດຕ່າງໆ ແຕ່ສັດເຫລົ່າ ນັ້ນກໍບໍ່ໄດ້ເປັນຜູ້ຊ່ອຍລາວຫຍັງໝົດ. | And the man gave names to all cattle, and to the birds of the heavens, and to every beast of the field; but for man there was not found a help meet for him. |
21 | ເມື່ອເປັນດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງ ຊົງເຮັດໃຫ້ຊາຍຜູ້ນັ້ນນອນຫລັບສະໜິດ ໃນຂະນະນອນຫລັບຢູ່ນັ້ນ ພຣະອົງຊົງເອົາກະດູກຂ້າງຊີກໜຶ່ງຂອງລາວອອກມາ ແລ້ວຊົງເຮັດໃຫ້ເນື້ອໜັງຈອດຕິດກັນດັ່ງເດີມ. | And Jehovah God caused a deep sleep to fall upon the man, and he slept; and he took one of his ribs, and closed up the flesh instead thereof: |
22 | ພຣະອົງຊົງເອົາກະດູກຂ້າງນັ້ນມາສ້າງເປັນຜູ້ຍິງ ເມື່ອສ້າງແລ້ວພຣະອົງກໍຊົງມອບຍິງນັ້ນໃຫ້ແກ່ລາວ. | and the rib, which Jehovah God had taken from the man, made he a woman, and brought her unto the man. |
23 | ຊາຍຜູ້ນັ້ນຈຶ່ງເວົ້າວ່າ: “ໃນທີ່ສຸດ ນີ້ເດ ຜູ້ຊຶ່ງມີຮູບຮ່າງຄືເຮົາ ກະດູກຂອງນາງ ມາຈາກກະດູກຂອງເຮົາ ເນື້ອໜັງຂອງນາງ ມາຈາກເນື້ອໜັງຂອງເຮົາ ນາງຊື່ວ່າ ຜູ້ຍິງ ເພາະນາງມາຈາກຜູ້ຊາຍ.” | And the man said, This is now bone of my bones, and flesh of my flesh: she shall be called Woman, because she was taken out of Man. |
24 | ດ້ວຍເຫດນີ້ ຜູ້ຊາຍຈຶ່ງຕ້ອງລາຈາກພໍ່ແມ່ຂອງຕົນ ໄປຕິດພັນຢູ່ກັບເມຍແລ້ວເຂົາທັງສອງກໍກາຍເປັນຄົນ ຄົນດຽວກັນ. | Therefore shall a man leave his father and his mother, and shall cleave unto his wife: and they shall be one flesh. |
25 | ຜູ້ຊາຍ ແລະຜູ້ຍິງນັ້ນເປືອຍກາຍຢູ່ ໂດຍບໍ່ຮູ້ສຶກອາຍກັນເລີຍ. | And they were both naked, the man and his wife, and were not ashamed. |